ກອງປະຊຸມ REACT ທີ່ຈັດຂື້ນຢູ່ປະເທດ ສສ. ຫວຽດນາມ ແມ່ນຈັດຂື້ນທີ່ Heu University Of Agriculture and Forestry (HUAF). ແນວທາງການປະຕິບັດ: ການວິໄຈກ່ຽວກັບການບູລະນາການສະພາບການປ່ຽນແປງດິນຟ້າອາກາດ. ວັນທີ 19 ເມສາ (04) 2018.

Home > News > ກອງປະຊຸມ REACT ທີ່ຈັດຂື້ນຢູ່ປະເທດ ສສ. ຫວຽດນາມ ແມ່ນຈັດຂື້ນທີ່ Heu University Of Agriculture and Forestry (HUAF). ແນວທາງການປະຕິບັດ: ການວິໄຈກ່ຽວກັບການບູລະນາການສະພາບການປ່ຽນແປງດິນຟ້າອາກາດ. ວັນທີ 19 ເມສາ (04) 2018.

ການວິໄຈກ່ຽວກັບການບູລະນາການສະພາບການປ່ຽນແປງດິນຟ້າອາກາດ ເຊີ່ງຖືກຈັດຂື້ນຢູ່ພາຍໃນປະເທດຫຽດນາມ ເປັນຄັ້ງທຳອິດ ໂດຍມະຫາວິທະຍາໄລເວ້ (Hue University of agriculture and Forestry) ຄູ່ຮ່ວມຂອງໂຄງການ REACT ເປັນເຈົ້າພາບ ເຊີ່ງຈັດຂື້ນໃນວັນທີ 19 ເມສາ (04) 2018. ການຈັດຝຶກອົບຮົມ ຄັງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກໂຄງການສ້າງຂີດຄວາມອາດສາມາດໃຫ້ແກ່ການສຶກສາຊັ້ນສູງ.

ຈຸດປະສົງທີ່ສຳຄັນໃນກອງປະຊຸມທີ່ປະເທດຫວຽດນາມໃນຄັ້ງນີ້ຄືການເປີດໂອກາດໃຫ້ຜູ້ທີສຶກສາຄົ້ນຄວ້າ ແລະ ເຮັດ ວິໄຈ ກ່ຽວກັບສະພາບການປ່ຽນແປງດິນຟ້າອາກາດ ທີ່ມະຫາວິທະຍາໄລ ເວ້ Hue University of agriculture and Forestry (HUAF) ໃຫ້ມີວິໄສທັດທີ່ເປັນລະບົບ, ມີປະໂຫຍດຫລາຍຂື້ນ, ມີພັດທະນາການໃນການເຮັດ ວຽກຮ່ວມກັນ, ມີອຸປະກອນເຄື່ອງມືທີ່ມີການພັດທະນາເພີ່ມຂື້ນ ແລະ ການກວດສອບການເຮັດວຽກ ຢ່າງເປັນ ລະບົບ.

ໃນການຝຶກອົບຮົມຄັ້ງນີ້ມີນັກສຶກສາປະລິນຍາໂທ ເຂົ້າຮ່ວມ 15 ທ່ານ, ລວມທັງອາຈານ ແລະ ນັກຄົ້ນຄວ້າວິໄຈ ກ່ຽວກັບດ້ານການປ່ຽນແປງສະພາບດິນຟ້າອາກາດ ເຊີ່ງເປັນຕົວແທນຈາກມະຫາວິທະຍາໄລ ເວ້ Hue University of agriculture and Forestry.

                                                         

ຫົວຂໍ້ຕໍ່ໄປທີ່ພວກເຮົາຈະນຳສະເໜີມີດັ່ງນີ້: ການວິໄຈສະພາບການປ່ຽນແປງດິນຟ້າອາກາດ ນຳສະເໜີໂດຍທ່ານ Dr. Ngo Tung Duc, ກົນລະຍຸດໃນການສ້າງແຜນທີ່ ແລະ ການມີສ່ວນຮ່ວມຂອງຜູ້ທີມີສ່ວນໄດ້ສ່ວນເສຍນຳ ສະເໜີໂດຍ ທ່ານ ນາງ Le Thi Thuy Hang ແລະ ການຄົ້ນຄວ້າວິໄຈລະດັບສາກົນ ແລະ ກຸ່ມຄົ້ນຄວ້າວິໄຈ ນຳສະເໜີໂດຍ ທ່ານ Dr. Pham Huu Ty.

ໃນບັ້ນຝຶກອົບຮົມຜູ້ບັນຍາຍໄດ້ອະທິບາຍກ່ຽວກັບການສຶກສາການປ່ຽນແປງດິນຟ້າອາກາດ, ອະທິບາຍກ່ຽວກັບຈຸດດີ, ຈຸດອ່ອນ ແລະ ຂໍ້ຈຳກັດ ຈາກນັ້ນຍັງໄດ້ນຳສະເໜີກ່ຽວກັບວິທີການແກ່ໄຂບັນຫາ ແລະ ວິທີການພັດທະນາ ນອກນັ້ນ ຍັງໄດ້ຍົກໃຫ້ເຫັນເຖິງຕົວຢ່າງໃຫ້ແກ່ບັນດາຜູ້ທີ່ເຂົ້າຮ່ວມໄດ້ມີສ່ວນຮ່ວມໃນການສະແດງຄວາມຄິດເຫັນ ແລະ ສະຫລຸບການບັນຍາຍດ້ວຍບັນຍາກາດທີ່ກະຕືລືລົ້ນ.