Second replication training at Souphanouvong University ການຝຶກຄູຝຶກ ຄັ້ງທີ່ 2 ທີ່ ມະຫາວິທະຍາໄລ ສຸພານຸວົງ

Home > News > Second replication training at Souphanouvong University ການຝຶກຄູຝຶກ ຄັ້ງທີ່ 2 ທີ່ ມະຫາວິທະຍາໄລ ສຸພານຸວົງ
ໜ່ວຍງານ REACT ມະຫາວິທະຍາໄລ ສຸພານຸວົງ ຮຽນລາຍງານມາຍັງທ່ານອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງ ກ່ຽວກັບການຈັດຊຸດຝຶກອົບຮົມ ໃນຫົວຂໍ້: “Creating a Climate Change Awareness, Adaptation and Mitigation for Researchers, Lecturers and Students at SU” ທີ່ ມະຫາວິທະຍາໄລ ສຸພານຸວົງ ຄັ້ງວັນທີ: 06 ກໍລະກົດ 2018 ໂດຍມີ ນັກຄົ້ນຄວ້າ, ອາຈານ ແລະ ນັກສຶກສາ ພາຍໃນ ມະຫາວິທະຍາໄລ ສຸພານຸວົງ ເຂົ້າຮ່ວມ ທັງໝົດ 20 ຄົນ. 

ໃນບັ້ນການຝຶກອົບຮົມຄັ້ງນີ້ຜູ້ນັກສຳມະນາກອນໄດ້ຮຽນຮູ້ກ່ຽວກັນ:

  1. ຜ່ານການຝຶກອົບຮົມເຄິ່ງມື້, ນັກສຳມະນາກອນໄດ້ຮຽນຮູ້ກ່ຽວກັບກ່ຽວກັບ:
  2. ສາເຫດຂອງການປ່ຽນແປງດ້ານດິນຟ້າອາກາດນັກສຳມະນາກອນໄດ້ຮຽນຮູ້ວ່າການເພີ່ມຂຶ້ນຂອງປະຊາກອນ ໂລກ ແລະ ຄວາມຕ້ອງການດ້ານການຂະຫຍາຍຕົວ ຂອງ ເສດຖະກິດອັນກໍ່ໃຫ້ເກີດມີການຕັດໄມ້ທຳລາຍປ່າ ເພື່ອຂະຫຍາຍທີ່ພັກອາໄສ, ສ້າງໂຮງຈັກໂຮງງານ, ການຖາງປ່າເຮັດໄຮ່ ແລະ ປ່ອຍແກັດສ໌ເຮືອນແກ້ວ. ພ້ອມນັ້ນນັກສຳມະນາກອນຍັງໄດ້ຮັບຮູ້ກ່ຽວກັນການປະຫວັດການປ່ຽນແປງ ຂອງ ດິນຟ້າອາກາດ ເລີ່ມແຕ່ມີ ຜູ້ສົນໃຈສັງເກດ ແລະ ສຶກສາກ່ຽວກັບການປ່ຽນແປງດິນຟ້າອາກາດເປັນຕົ້ນມາ.
  3. ຜົນກະທົບທີ່ເກີດຈາກການປ່ຽນແປງດິນຟ້າອາກາດ ເຊັ່ນ: ການປ່ຽນແປງລະດູການ, ການອົບພະຍົບຂອງສັດ, ປະລິມານນຳ້ຝົນທີ່ຫຼຸດລົງ ຫຼື ເພີ່ມຂຶ້ນຫຼາຍເກີນໄປ, ການລະລາຍຂອງນຳ້ແຂງຂົ້ວໂລກ, ໄພພິບັດ ທາງທຳມະຊາດ (ນຳ້ຖວ້ມ, ໄຟປ່າ, ແຫ້ງແລ້ງ...) ຜົນຜະລິດດ້ານການກະສິກຳຫຼຸດລົງ, ການສູນເສຍພື້ນຖານ ໂຄງລ່າງໄດ້ຮັບຄວາມເສຍຫາຍ, ການຂົນສົ່ງທາງທາງນຳ້ກໍໄດ້ຮັບການກະທົບເຊັ່ນດຽວກັນ.
  4. ການຫຼຸດຜ່ອນຜົນກະທົບ ໂດຍສະເພາະພຶດຕິກຳທີ່ມີຄວາມສ່ຽງຕໍ່ກັບຄວາມບອບບາງ ຂອງ ທຳມະຊາດ ອັນກໍ່ ໃຫ້ເກີດມີມົນລະພິດຕໍ່ລະບົບນິເວດ ແລະ ທຳມະຊາດ, ແລະ ເພີ່ມພື້ນທີ່ສະສົມຄາບອນດາຍອັອກຊາຍທ໌ ໃຫ້ຫຼາຍຂຶ້ນ.
  5. ການປັບຕົວເຂົ້າກັບການປ່ຽນແປງ: ອອກຂໍ໊ກຳນົດອັນເຮັດໃຫ້ຢູ່ໄດ້ກັບທຳມະຊາດ, ຮັບຮູ້ຂໍ້ມູນຂ່າວສານ ແລະ ການຊ່ວຍເຫຼຶອ, ມີເຕັກໂນໂລຊີທີ່ສາມາດຄາດການ ຂອງ ເຫດການທີ່ອາດຈະເກີດຂຶ້ນທີ່ແນ່ນອນ.
ຂໍ້ມູນເພີ່ມເຕີມ ເຂົາອ່ານທີ່ web page ຂອງ ມະຫາວິທະຍາໄລ ສຸພານຸວົງ ທີ່: