ທັດສະນະສຶກສາ ຂອງ ຄູ່ຮ່ວມງານ REACT ທີ່ Alicante ວັນທີ 27 ມີນາ 2017

Home > News > ທັດສະນະສຶກສາ ຂອງ ຄູ່ຮ່ວມງານ REACT ທີ່ Alicante ວັນທີ 27 ມີນາ 2017

ໃນ​ລະຫວ່າງວັນທີ່ 27 – 28 ມີນາ 2017 ກອງປະຊຸມ​​ພາວະການປ່ຽນແປງຂອງອາກາດ ​ໄດ້ຈັດຂື້ນ​ໂດຍມະຫາວິທະຍາໄລ ອາລີກັນເຕ (Alucante University) ​ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມກ່ຽວກັບການເສີມສ້າງຄວາມສາມາດດ້ານການຄົ້ນ​ຄ້ວາວິໄຈແລະ ການສ້າງນະວະຕະກຳກ່ຽວກັບພາວະການປ່ຽນແປງຂອງອາກາດ ໃນ​ບັນດາປະເທດກຳປູເຈຍ, ສປປ ລາວ, ​ແລະ ສສ. ຫວຽດນາມ.

 

REACT ​​​ແມ່ນໃນໜຶ່ງໃນໂຄງກການສ້າງຄວາມສາມາດ​​ດ້ານການສຶກສາຊັ້ນສູງ ເຊິ່ງມະຫາວິທະຍາໄລ ອາລີກັນເຕ (Alucante University) ​ເປັນຜູ້ປະສານງານຫຼັກແລະ ຈະສີ້ນສຸດໂຄງການໃນເດື່ອ ຕູລາ 2019, ​ໂດຍເປົ້າໝາຍ​​ແນ່ໃສ່ການເສີມສ້າງຄວາມສາມາດແລະ ການຮ່ວມມືໃນຂົງເຂດສະຖາບັນການສຶກສາຊັ້ນສູງ​ຕ່າງໆ​ໃນປະເທດກຳປູເຈຍ, ລາວແລະ ຫວຽດນາມ ດ້ວຍການສົ່ງເສີມປະສິດຕີພາບການຄົ້ນຄ້ວາວິ​​ໄຈແລະ ການພັດທະນາກ່ຽວກັບພາວະການປ່ຽນແປງຂອງອາກາດ, ​ແລະເປົ້າໝາຍອື່ນກ່ຽວກັບພາວະການປ່ຽນແປງຂອງອາກາດຄື:

 

-       ສ້າງຄວາມສາມາດຂອງຄູ່ຮ່ວມງານອາຊີຕາເວັນອອກສ່ຽງໃຕ້ (Southeast Asian), ພັດທະນາ, ຈັດການ. ປະ​       ເມີນແລະ ສຳຫຼອດການຄົ້ນຄ້ວາວິໄຈແລະ ການພັດທະນາກ່ຽວກັບພາວະການປ່ຽນແປງຂອງອາກາດຕໍ່ຄວາມເຂົ້າ​      ໃຈພາຍໃຕ້ໂຄງການສຶກສາ, ໝາຍຄວາມວ່າການພັດທະນາ​​ໂຄງການຝຶກອົບຮົມໃຫ້ພະນັກງານ HEL ​ໃນທຸກສາຂາ ​     ເຊັ່ນ ດ້ານວິຊາການ, ດ້ານການຄົ້ນຄ້ວາວິໄຈແລະ ການຈັດການ.
-       ​​​ແນ່ໃສ່ການສ້າງຄວາມສາມາດຂອງສະຖາບັນດ້ວຍການຮວມຕົວກັນໃນການສ້າງເຄື່ອຂາຍໃນການຄົ້ນຄ້ວາວິໄຈ ​         ແລະ ດ້ານວິຊາການຫລາກຫຼາຍສາຂາວິຊາ​​ ກ່ຽວກັບພາວະການປ່ຽນແປງຂອງອາກາດ.

ເກືອບ 30 ຄົນຈາກ 07 ສະຖາບັນ (ພາກສ່ວນ) ​​ໃນປະເທດ ກຳປູເຈຍ, ລາວ, ຫວຽດນາມແລະ 4 ພາກສ່ວນຈາກ EU ​ໄດ້ພົບປະທີ່ມະຫາວິທະຍາໄລ ອາລິກັນເຕໄດ້ມີຄວາມເຂົ້າໃຈບັດບາດແລະ ໜ້າທີ່ດີກ່ຽວກັບ Erasmus + Projects  ​ແລະ ມີຄວາມຄຸ້ຍເຄີຍຕໍ່ງານທີ່ຈັດໃນຄັ້ງທີ່ໜຶ່ງ.

    

ທ່ານ ດຮ Roberto Escarre ຫົວໜ້າຫ້ອງການການຈັດການໂຄງການສາກົນ, ທ່ານ ນາງ Cristina ຜູ້ປະສານງານ​​ໂຄງການດ້ານ​​ເຕັກນິກ, ວິທະຍາສາດ, ການເງິນແລະ ການບໍຫານແລະ ທ່ານ Olga Bloshchinska   ​ໄດ້ກ່າວຍິນດີຕ້ອນຮັບຄູ່ຮ່ວມງານ REACT ສູ່ມະຫາວິທະຍາໄລແລິກັນເຕ. ​ແຕ່ລະພາກສ່ວນໄດ້ນຳສະເໜີແລະ ລາຍງານໂດຍຫຍໍ້ກ່ຽວກັບຂໍ່ມູນຂອງ​​ແຕ່ລະມະຫາວະທະຍາໄລ ຈາກນັ້ນທ່ານຫົວໜ້າກໍ່ໄດ້ນຳສະເໜີຈຸດປະສົງຂອງແຕ່ລະໜ້າວຽກ, ​ເນື້ອຫາແລະແຜນການປະຕິດບັດງານຂອງໂຄງການໃນປີທຳອິດ.

ແຕ່ລະພາກສ່ວນໄດ້ມີໂອກາດຮູ້ຈັກຊຶ່ງກັນແລ ກັນ ດ້ວຍການສຳພັດກັບບັນຍາກາດດີແລະເຂົ້າຊົມແຫຼ່ງທ່ອງທ່ຽວຂອງຊຸມຊົນ.

 

ພາຍຫຼັງ 2 ມື້ຂອງການດຳເນີນກອງປະຊຸມ​​​​, ​ໃນວັນທີ 30 ມີນາ ຄູ່ຮ່ວມງານຈາກອາຊີຕາເວັນອ່ຽງໃຕ້ໄດ້ເຂົ້າຮ່ວມທັດສະນະສຶກສາທີ່ນຳສະເໜີ​​ໂດຍ​ Dr. Juan Mora ປະທານເລຂາທິການດ້ານການຄົ້ນຄ້ວາວິໄຈໄດ້ນຳສະເໜີກ່ຽວກັບວຽກງານຄົ້ນຄ້ວາວິໄຈແລະ ໂຄງສ້າງການຖ່າຍທອດຄວາມຮູ້ຂອງອົງກອນຂອງມະຫາວິທະຍາໄລ ອາລີກັນເຕ (UA) ​ແລະນັກຄົ້ນຄ້ວາຫຼາຍທ່ານໄດ້ແລກປ່ຽນຮູບແບບການຄົ້ນຄ້ວາວິໄຈພາວະການປ່ຽນແປງຂອງອາກາດທີ່ຢູ່ໃນຊ່ວງການພັດທະນາຂອງມະຫາວິທະຍາໄລ ອາລີກັນເຕ ຊິ່ງເປັນປະເດັນໜ້າສົນ​​ໃຈການປຶກສາຫາລືຂອງຜູ້ເຂົ້າຮ່ວມ.

ເມື່ອສຳເລັດການທັດສະນະສຶດສາທີ່ ອາລີກັນເຕ ມີຕົວແທນຈາກພາກສ່ວນອາຊີຕາເວັນສ່ຽງໃຕ້ໄດ້ເດີນທາງໄປ Freiburg, Genoa ຫຼື ປາລີເພື່ອເຂົ້າຮ່ວມການທັດສະນະສຶກສາທີ່ຈັດດ້ວຍພາກສ່ວນ EU ອື່ນໆ