ການຈັດຝຶກອົບຮົມພາຍໃນ ມະຫາວິທະຍາໄລ ເວ້ Hue University of agriculture and Forestry ທີ່ປະເທດຫວຽດນາມ ເຊີ່ງຄົ້ນຄວ້າວິໄຈກ່ຽວກັບການບູລະນາການສະພາບການປ່ຽນແປງດິນຟ້າອາກາດ: ການປັບຕົວກົນລະຍຸດ, ການບໍລິຫານຈັດການຄວາມສ່ຽງ, ທິດສະດີ ແລະ ການປະຕິບັດຕົວຈິງ.

Home > News > ການຈັດຝຶກອົບຮົມພາຍໃນ ມະຫາວິທະຍາໄລ ເວ້ Hue University of agriculture and Forestry ທີ່ປະເທດຫວຽດນາມ ເຊີ່ງຄົ້ນຄວ້າວິໄຈກ່ຽວກັບການບູລະນາການສະພາບການປ່ຽນແປງດິນຟ້າອາກາດ: ການປັບຕົວກົນລະຍຸດ, ການບໍລິຫານຈັດການຄວາມສ່ຽງ, ທິດສະດີ ແລະ ການປະຕິບັດຕົວຈິງ.

ເປັນການຈັດຝຶກອົບຮົມພາຍໃນ ຄັ້ງທີສອງທີ່ຈັດຂື້ນທີ່ມະຫາວິທະຍາໄລ ເວ້ Hue University of agriculture and Forestry ເຊີ່ງຈັດຂື້ນໃນວັນທີ 27 ເມສາ (04) 2018 ປະເທດຫວຽດນາມ ຝຶກອົບຮົມກ່ຽວກັບການວິໄຈສະພາບ ການປ່ຽນແປງດິນຟ້າອາກາດ, ຍຸດທະສາດໃນການບໍລິຫານຈັດການໄພອັນຕະລາຍ ການຈັດຝຶກອົບຮົມຄັ້ງນີ້ແມ່ນໄດ້ຮັບ ການຊ່ວຍເຫຼືອຈາກໂຄງການສ້າງຂີດຄວາມອາດສາມາດໃຫ້ແກ່ການສຶກສາຊັ້ນສູງ (EU-REACT).

                                                        

ຈຸດປະສົງທີສຳຄັນໃນການຈັດກອງປະຊຸມຂື້ນຢູ່ທີ່ ມະຫາວິທະຍາໄລ ເວ້ Hue University of agriculture and Forestry ທີ່ປະເທດຫວຽດນາມ ເປັນການເປີດໂອກາດໃຫ້ຜູ້ທີ່ກຳລັງເຮັດບົດຄົ້ນຄ້ວາວິໄຈ ແລະ ສຶກສາ ດ້ານການ ປ່ຽນແປງສະພາບດິນຟ້າອາກາດຢູ່ທີ່ ມະຫາວິທະຍາໄລ ເວ້ Hue University of agriculture and Forestry ເພື່ອພັດທະນາຄວາມຮູ້ຄວາມເຂົ້າໃຈກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດ, ແຜນງານການເຮັດວຽກ ດ້ານ ຄວາມໜັ້ນຄົງລະດັບສາກົນ ແລະ ຮຽນຮູ້ວິທີການວິເຄາະ/ປ້ອງກັນວິທີການຈັດການໄພອັນຕະລາຍ ດ້ານການປ່ຽນແປງ ສະພາບດິນຟ້າອາກາດ ແລະ ພັດທະນາວິທີການບໍລິຫານຈັດການແກ້ໄຂບັນຫາ, ການປັບຕົວ ແລະ ການຫຼຸດຜ່ອນ ໄພອັນຕະລາຍ ໂດຍຜ່ານການຮຽນຮູ້ຈາກການສຶກສາໃນທ້ອງຖີ່ນ.

ໃນບັ້ນຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 32 ຄົນ, ສ່ວນໃຫຍ່ຜູ້ເຂົ້າຮ່ວມແມ່ນມາຈາກຄະນະກະເສດສາດ ແລະ ຊັບພະຍາການປ່າໄມ້, ພະນັກງານຈາກສູນການຄົ້ນຄວ້າວິໄຈ ໃນມະຫາວິທະຍາໄລ ເວ້, ຈາກສຳນັກງານບໍລິຫານການ ຈັດຝຶກອົບຮົມປະລິນຍາຕີ/ປະລິນຍາໂທ ແລະ ນັກສຶກສາປະລິນຍາໂທ ຜູ້ທີ່ສຶກສາຄົ້ນຄວ້າວິໄຈກ່ຽວກັບການປ່ຽນແປງ ຂອງ ສະພາບດິນຟ້າອາກາດ.

                                                       

ຫົວຂໍ້ທີ່ຈະນຳສເໜີມີຄືດັ່ງນີ້: ການປັບຕົວ, ວິທີການ ການບໍລິຫານຈັດການຄວາມສ່ຽງ ນຳສະເໜີໂດຍທ່ານ (Dr. Ho Thanh Ha), ການນຳໃຊ້ເຄື່ອງມືເຂົ້າໃນວິທີການ ບໍລິຫານການປ່ຽນແປງສະພາບດິນຟ້າອາກາດ ນຳສະເໜີໂດຍ (Dr. Pham Huu Ty), ແລະ ການສຶກສາກ່ຽວກັບການບໍລິຫານຄວາມສ່ຽງໃນເຂດທ້ອງຖີ່ນ ແລະ ການລົງພາກປະຕິບັດ ນຳສະເໜີໂດຍທ່ານ (Dr. Ngo Tung Duc).

ໃນກອງປະຊຸມຝຶກອົບຮົມຜູ້ນຳສະເໜີໄດ້ສະເໜີວິທີການປັບຕົວຂອງການປ່ຽນແປງສະພາບດິນຟ້າອາກາດ ແລະ ການບໍລິ ຫານຈັດການໄພອັນຕະລາຍ ແລະ ວິທີການໃຊ້ເຄື່ອງມືທີ່ກ່ວຂ້ອງກັບການສຶກສາ. ຜູ້ເຂົ້າຮ່ວມກໍ່ໄດ້ຮ່ວມສະແດງຄວາມຄິດ ແລະ ແລກປ່ຽນຄວາມຄິດເຫັນກັນຢ່າງກະຕືລືລົ້ນ.