ການຈັດສຳມະນາໃນຫົວຂໍ້: “ການປ່ຽນແປງຂອງດິນຟ້າອາກາດ: ວິກິດການທາງດ້ານສະພາບແວດລ້ອມ ຂອງໂລກ’’- ໂດຍທ່ານ Prof. R. Scott Frey ຈາກມະຫາວິທະຍາໄລ ສັງຄົມສາດ ແລະ ມະນຸດສາດ ໂຮຈີ່ມິນ ແຫ່ງປະເທດ ສ.ສ. ຫວຽດນາມ; ໃນຄັ້ງວັນທີ 12 ທັນວາ 2017

Home > News > ການຈັດສຳມະນາໃນຫົວຂໍ້: “ການປ່ຽນແປງຂອງດິນຟ້າອາກາດ: ວິກິດການທາງດ້ານສະພາບແວດລ້ອມ ຂອງໂລກ’’- ໂດຍທ່ານ Prof. R. Scott Frey ຈາກມະຫາວິທະຍາໄລ ສັງຄົມສາດ ແລະ ມະນຸດສາດ ໂຮຈີ່ມິນ ແຫ່ງປະເທດ ສ.ສ. ຫວຽດນາມ; ໃນຄັ້ງວັນທີ 12 ທັນວາ 2017
 ໃນວັນທີ 12 ທັນວາ 2017, ຢູ່ທີ່ສູນການສຶກສາຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ຈາກ ມະຫາວິທະຍາໄລ ສັງຄົມສາດ ແລະ ມະນຸດສາດ ໂຮ່ຈີ່ມີນ ໄດ້ຈັດມີການສຳມະນາພາຍໃຕ້ຫົວຂໍ້:  ການປ່ຽນແປງ ຂອງສະພາບອາກາດ: ວິກິດການທາງດ້ານສະພາບແວດລ້ອມຂອງໂລກ’’ ເຊິ່ງນໍາສະເໜີໂດຍທ່ານ Prof. R. Scott Frey ຫົວໜ້າສູນສຶກສາຄວາມຍຸດຕິທໍາທາງສັງຄົມ, ພາກວິທະຍາສາດສັງຄົມ, ມະຫາວິທະຍາໄລ Tennessee, ສະຫະລັດອາເມລິກາ.
 ມີຜູ້ເຂົ້າຮ່ວມໃນງານສຳມະນາຄັ້ງນີ້ເປັນຈຳນວນຫຼວງຫຼາຍເຊິ່ງປະກອບດ້ວຍຕົວແທນຈາກ ພະແນກຊັບພະ  ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່າໂນ່ຍ, ແລະ ຈາກສຳນັກງານການປ່ຽນແປງສະພາບພູມອາກາດ ຈາກແຂວງ Binh Phuoc,  ແລະ ຍັງປະກອບມີຕົວແທນມາຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈາກCan Thoc. ພ້ອມກັນນີ້ຍັງມີສະມາຊິກພະນັກງານ ແລະ ນັກສຶກສາທີ່ມາຈາກ ມະຫາວິທະຍາໄລ ສັງຄົມສາດ ແລະ ມະນຸດສາດ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ທ່ານ Prof. R. Scott Frey ໄດ້ເນັ້ນເຖິ່ງຫົວຂໍ້ຕ່າງໆດັ່ງຕໍ່ໄປນີ້: (1) ເປັນຫຍັງສະພາບພູມອາກາດ ຈື່ງມີການປ່ຽນແປງ?, (2) ສາເຫດທີ່ພາໃຫ້ເກີດການປ່ຽນແປງຂອງສະພາບພູມອາກາດ?, (3) ຜົນກະທົບ ຂອງການປ່ຽນແປງສະພາບພູມອາກາດໃນລະບົບຈັກກະວານ. (4) ມຸມມອງໂລກຕໍ່ການປ່ຽນແປງສະພາບພູມອາກາດ, ແລະ (5) ແມ່ນຫຍັງຄືທາງອອກສຳລັບບັນຫາຕ່າງໆນັ້ນ? ໃຜຈະເປັນຜູ້ແກ້ບັນຫາດັ່ງກ່າວ?
ທ່ານ Prof. R. Scott Frey ຍັງໄດ້ກ່າວຕື່ມອີກວ່າການເພີ່ມຂື້ນຂອງການປ່ອຍພະລັງງານແກ໊ດ, ໂດຍສະເພາະແມ່ນ CO2, ຄຽງຄູ່ກັບການພັດທະນາເສດຖະກິດ. ໂດຍສະເພາະກໍ່ແມ່ນ ປະເທດຈີນເປັນປະເທດ ທີ່ ຈັດຢູ່ໃນຈຳນວນປະເທດທີ່ປ່ອຍແກ໊ດຫຼາຍທີ່ສຸດໃນຊຸມປີທີ່ຜ່ານ(ລວມມີ 29.9% ໃນປີ 2010). ເຊິ່ງຢ່າງໃດກໍ່ຕາມ, ໃນລະຫວ່າງຊຸມປີ 1751-2010, ປະເທດສະຫະລັດອາເມຣິກາຍັງເປັນປະເທດທີ່ສະສົມພະລັງງານີ່ໃຫຍ່ທີ່ສຸດ ຂອງໂລກໃນຕະຫຼອດໄລຍະ 250 ປີ(26.8%). ນັ້ນກໍ່ເປັນເຫດຜົນໜຶ່ງໃນການພັດທະນາປະເທດ ໂດຍສະເພາະ ແມ່ນສະຫະລັດອາເມຣິກາ ທີ່ຈະຕ້ອງມີຄວາມຮັບຜິດຊອບອັນໃຫຍ່ຫຼວງໃນການລົດການປ່ອຍແກ໊ດເຮືອນແກ້ວຊຶ່ງສົ່ງຜົນໃຫ້ເກີດການປ່ຽນແປງຂອງສະພາບພູມອາກາດທົ່ວໂລກ.
ສະພາບພູມອາກາດໃນປັດຈຸບັນຖືເປັນມໍລະສຸມຮ້າຍແຮງຕໍ່ລະບົບຂອງໂລກ. ນີ້ແມ່ນບັນຫາລະດັບໂລກ ແລະ ຂ້າມໄວ. ເຖິ່ງຢ່າງໃດກໍ່ຕາມ, ຄຸນນະທຳທີ່ມີຢູ່ ແລະ ທິດສະດີທາງການເມືອງຍັງບໍ່ທັນໄດ້ຮັບການແກ້ໄຂບັນຫາ ຂອງຄວາມບໍ່ສະເໝີພາບລະຫ່ວາງປະເທດໄດ້, ລັດທິຈຳແນກເຊື້ອຊາດ, ແລະ ການພົວພັນລະຫວ່າງ ມະນຸດຊາດ ແລະ ໂລກທຳມະຊາດ. ໂດຍສະເພາະແມ່ນ ການພັດທະນາປະເທດຊາດໃນຂົ້ວໂລກໃຕ້ໄດ້ຮັບຜົນກະທົບຈາກສະພາບ ພູມອາກາດປ່ຽນແປງຫຼາຍກ່ວາຢູ່ຂົ້ວໂລກເໜືອ ສາເຫດເກີດມາຈາກຄວາມແຕກຕ່າງທາງດ້ານທີ່ຕັ້ງພູມສັນຖານ ລວມທັງລະບົບເສດຖະກິດ ແລະ ສັງຄົມ.
ນັກສຶກສາຈຳນວນຫຼວງຫຼາຍທີ່ເຂົ້າຮ່ວມມີຄວາມກະຕື້ລື້ລົ້ນໃນການຕັ້ງບັນຫາຄຳຖາມ, ການປຶກສາຫາລື ຕໍ່ກັບບັນຫາຜົນກະທົບຕໍ່ສະພາບພູມອາກາດຢູ່ໃນປະເທດຫວຽດນາມ, ເຊິ່ງເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບ ຢ່າງຮຸນແຮງຕໍ່ກັບສະພາບການປ່ຽນແປງຂອງພູມອາກາດ. ເຖິງແມ່ນວ່າ ທ່ານ ສາສະດາຈານ Scott ໄດ້ກ່າວວ່າ ມັນມີຄວາມຈຳເປັນຕ້ອງມີມາດຕະການຕ່າງໆ, ທ່ານຍັງໄດ້ກ່າວຕື່ມວ່ານີ້ເປັນບັນຫາລະດັບໂລກທີ່ເກີດຈາກບັນດາ ປະເທດທີ່ພັດທະນາແລ້ວ. ບັນຫາຕ່າງໆຂອງຄວາມຂັດແຍ້ງ, ການອົບພະຍົກ, ແລະ ຄວາມຮຸນແຮງ ທີ່ ເກີດຂື້ນ ທົ່ວໂລກ, ແລະ ການໃຊ້ເຊື້ອງເພີງຟໍຊິວໄດ້ກາຍເປັນແນວທາງທີ່ບໍ່ສາມາດປ່ຽນແປງໄດ້ໃນອຸດສາຫະກຳຂອງໂລກ. ຮູບພາບຂອງຜົນກະທົບຈາກການປ່ຽນແປງສະພາບພູມອາກາດຄ້ອງຂ້າງວຸ່ນວາຍ ແລະ ຊັບຊ້ອນ.
ຈາກທັດສະນະຂອງນັກສັງຄົມວິທະຍາ, ທ່ານສາສະດາຈານ ຍັງໄດ້ແນະນຳວ່າຜູ້ທີ່ປະຕິບັດຕາມສັງຄົມສາດ ຄວນກວດສອບສາເຫດຕ່າງໆ ແລະ ຜົນລັບຂອງສະພາບການປ່ຽນແປງພູມອາກາດ ຕະຫລອດທັ້ງຄວາມຂັດແຍ້ງ ແລະ ຄວາມບໍ່ສະເໜີພາບໃນສັງຄົມເຊິ່ງພວກເຂົາສາມາດນຳສະເໜີນະວັດຕະກຳ ແລະ ປ່ຽນແປງໂລກໃຫ້ດີຂື້ນໄດ້.

ທ່ານສາມາດອ່ານຂໍ້ມູນເພີ່ມເຕີມໄດ້ທີ່:
http://cvseas.edu.vn/climate-change-a-global-environmental-crisis-in-the-world-system-%E2%80%93-a-talk-by-prof-r-scott-frey-the-university-of-tennessee-u-s_c4_d1789.htm