ການຝຶກອົບຮົມຂອງນັກວິທະຍາກອນຂອງອົງການ REACT ໃນພາກທີ 1 ການບໍລິການສະໜັບສະໜູນດ້ານການວິໄຈ ແລະ ນະວັດຕະກໍາ” ໃນຄັ້ງວັນທີ 30 ຕຸລາ ຫາ 01 ພະຈິກ 2017

Home > News > ການຝຶກອົບຮົມຂອງນັກວິທະຍາກອນຂອງອົງການ REACT ໃນພາກທີ 1 ການບໍລິການສະໜັບສະໜູນດ້ານການວິໄຈ ແລະ ນະວັດຕະກໍາ” ໃນຄັ້ງວັນທີ 30 ຕຸລາ ຫາ 01 ພະຈິກ 2017

ໂຄງການ REACT ໄດ້ຈັດການຝຶກອົບຮົມຄັ້ງທຳອິດໃນຫົວຂໍ້ "ການບໍລິການສະໜັບສະໜູນ ດ້ານການວິໄຈ ແລະ ນະວັດຕະກຳ" ຢູ່ແຂວງຫຼວງພະບາງ ລະຫວ່າງວັນທີ 30 ຕຸລາ ຫາ ວັນທີ 01 ພະຈິກ 2017. ໂດຍ ຄູ່ຮ່ວມງານຂອງໂຄງການ REACT ຈາກ ມະຫາວິທະຍາໄລ ສຸພານຸວົງ ເປັນເຈົ້າພາບ, ແລະ ການຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ຮັບກຽດ ຈາກມະຫາວິທະຍາໄລ Alicante ທີ່ມາເປັນນັກວິ ທະຍາກອນ . ເຊິ່ງກ່າວເປີດບັ້ນຝຶກອົບຮົມໃນຄັ້ງນີ້ໂດຍ ທ່ານ ຮອງສາສະດາຈານ ວິໄຊ ຈັນສະຫວ່າງ ຮັກສາການແທນ ອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງ ແລະ ໄດ້ມີຜູ້ເຂົ້າຮ່ວມຫຼາຍກວ່າ 40 ຄົນທີ່ມາຈາກແຕ່ລະມະຫາວິທະຍາໄລຕ່າງໆເຊັ່ນ:  ຈາກ ສະຫະພາບຢູໂລບ 4 , ລາວ 2, ກຳປູເຈຍ 2 ແລະ  ຈາກຫວຽດນາມ 2.
 

ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອເຮັດໃຫ້ນັກສຳມະນາກອນໄດ້ເຂົ້າໃຈບັນຫາສຳຄັນດັ່ງນີ້:

  • ວິທີການຈັດລະບຽບບໍລິການສະໜັບສະໜູນດ້ານການວິໄຈ ແລະ ນະວັດຕະກຳ ແລະ ພາລະບົດບາດ ມີຫຍັງແດ່, ເພື່ອສາມາດເຂົ້າຮ່ວມຈັດຕັ້ງປະຕິບັດໜ່ວຍງານຂອງໂຄງການ REACT.
  • ວິທີການວິໄຈຢູ່ໃນ ສະຖາບັນການສຶກສາຊັ້ນສູງ (HEIs) ໄດ້ຮັບການປະເມີນ ແລະ ສົ່ງເສີມ ໃນສະຖາບັນການສຶກສາໃນເອີລົບ ແລະ ຜູ້ວິໄຈສາມາດເຂົ້າເຖິງຂໍ້ມູນໄດ້ດີທີ່ສຸດ ແລະ ເຜີຍແຜ່ ຜົນການວິໄຈ ເພື່ອທີ່ຈະໄດ້ເຫັນວິທີການນີ້ສາມາດປັບປຸງ ຫຼື ໃຊ້ໄດ້ໃນສະຖາບັນການສຶກສາໃນເອເຊຍ ຕາເວັນອອກສ່ຽງໃຕ້ ເພື່ອການວິໄຈການປ່ຽນແປງສະພາບພູມອາກາດ.

 

ປະຕິບັດຕາມວິທີການນຳສະເໜີທີ່ຄົບຖ້ວນ ແລະ ກຸ່ມປະຕິບັດ, ຫົວຂໍ້ສະເພາະທີ່ຖືກແກ້ໄຂ ລວມທັງແຜນທີ່ ແລະແຜນຍຸດທະສາດການພົວພັນສຳລັບຜູ້ທີ່ລົງທຶນ; ຈຸດປະສົງ, ຮູບແບບ, ໂຄງສ້າງ ແລະ ຂໍ້ມູນຂອງການວິໄຈ &ໜ່ວຍງານການສະໜັບສະໜູນການວິໄຈ; ຜົນກະທົບຂອງໜ່ວຍງານ ດັ່ງກ່າວໃນລະດັບມະຫາວິທະຍາໄລ ແລະ ລະບົບນະວັດຕະກຳ; ການສ້າງຜົນງານທາງດ້ານການວິໄຈ; ການສົ່ງເສີມດ້ານເຕັກໂນໂລຊີ ແລະ ບັນດາຍຸດທະສາດ ການຕະຫຼາດຕ່າງໆ; ຮ່າງຂໍ້ສະເໜີເຕັກໂນໂລຊີ ໃນການປ່ຽນແປງສະພາບອາກາດ; ການປະເມີນຜົນຂອງກິດຈະກໍາ ການຄົ້ນຄວ້າແລະພັດທະນາ; ຖານຂໍ້ມູນການຄົ້ນຄວ້າທີ່ເຮັດວຽກໃນກິດຈະກໍາການຄົ້ນຄວ້າແລະພັດທະນາ; ວິທີການ ແລະ ບ່ອນທີ່ ສາທາລະນະ: ຄວາມກ່ຽວຂ້ອງຂອງກຸ່ມວິໄຈ ແລະ ການຄົ້ນຄວ້າດ້ານວິທະຍາສາດ.

 

ພາຍຫຼັງສຳເລັດການຝຶກອົບຮົມ, ໃນວັນທີ 02 ພະຈິກ, ກອງປະຊຸມຄັ້ງທຳອິດ ຂອງ ຄະນະ ປະສານງານ ໂຄງການ REACT ກໍ່ໄດ້ຈັດຂຶ້ນທີ່ ມະຫາວິທະຍາໄລ ສຸພານຸວົງ, ເພື່ອສືບຕໍ່ປຶກສາ ຫາລືກິດຈະກຳໂຄງການທີ່ສຳຄັນ ຫຼາຍຢ່າງເຊັ່ນວ່າ:ຜົນຄວາມຕ້ອງການເບື້ອງຕົ້ນຂອງໂຄງການ ແລະ ຂັ້ນຕອນຕ່າງໆທີ່ຈະເຮັດໃຫ້ໂຄງການດໍາເນີນ ໄປດ້ວຍດີ, ວິທີການຈັດຕັ້ງໜ່ວຍງານ ຂອງອົງການ REACT, ໂຄງສ້າງ ແລະ ລະບົບການຈັດຕັ້ງ ການຝຶກອົບຮົມ ພາຍໃນ, ການສຳມະນາໂຕະມົນ ລະດັບພາກພື້ນ ແລະ ສາກົນ.