ການຝຶກອົບຮົມກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດຂອງຄູຝຶກຢູ່ທີ່ປະເທດກຳປູເຈຍ (Module 2)

Home > News > ການຝຶກອົບຮົມກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດຂອງຄູຝຶກຢູ່ທີ່ປະເທດກຳປູເຈຍ (Module 2)
ການຝຶກອົບຮົມກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດຂອງຄູຝຶກຢູ່ທີ່ປະເທດກຳປູເຈຍ (Module 2)
ການຝຶກອົບຮົມຄັ້ງທີສອງຂອງຄູຝຶກແມ່ນໄດ້ຈັດຂື້ນຢູ່ທີ່ Khampong Cham, ປະເທດກຳປູເຈຍ ເລີ່ມແຕ່ວັນທີ 06 – 08 ມີນາ (03) 2018. ໂດຍ University Heng Samrin Thbongkhmon (UHST) ເປັນເຈົ້າພາບ ແລະ ໄດ້ຈັດຂື້ນຢູ່ທີ່ໂຮງແຮມ LBN Asia Hotel ຢູ່ໃນເມືອງ Kampong Cham. ໃຫ້ກຽດຕ້ອນຮັບໂດຍພະນະທ່ານ HE. Vannaro PIN ອະທິການບໍດີ ມະຫາວິທະຍາໄລ University Heng Samrin Thbongkhmon (UHST) ແລະ ໃຫ້ກຽດກ່າວເປີດພິທີຢ່າງເປັນທາງການ ໂດຍພະນະທ່ານ HE. Ngoy Mak ຫົວໜ້າກົມການສຶກສາຊັນສູງ ທ່ານໄດ້ໃຫ້ ຄຳປາໄສກ່ຽວກັບທັດສະນະຄະຕິ ກ່ຽວກັບສີ່ງທ້າທາຍທີ່ປະເທດກຳປູເຈຍກຳລັງປະເຊີນກັບການປ່ຽນແປງສະພາບດິນຟ້າອາກາດ ໂດຍຄວາມຖີ່ທີ່ເພີ່ມຂື້ນ ແລະ ຄວາມຮຸນແຮງຂອງໄພທິບັດທາງທຳມະຊາດເຊັ່ນວ່າ: ໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງ ແລະ ວິທີທາງຂອງລັດຖະບານກຳປູເຈຍໃນການເພີ່ມທະວີການຮັບມືກັບສີ່ງເຫຼົ່ານີ້.
 
ຫຼາຍກ່ວາ 40 ຄົນ ທີ່ໄດ້ເຂົ້າຮ່ວມໃນການຝຶກອົບຮົມຄັ້ງນີ້ ໂດຍຜູ້ຊ່ຽວຊານຈາກໂຄງການ REACT ຄູ່ຮ່ວມຂອງອົງກອນ Institut Euro-Me`diterrane`en en Science du Risque (IEMSR). ເຊີ່ງປະກອບມີສະຖາບັນການສຶກສາ ຈາກປະເທດກຳປູເຈຍ, ລາວ ແລະ ຫວຽດນາມ, ລວມທັງສະຖາບັນການສຶກສາຊັນສູງທັງ 7 ແຫ່ງຂອງກຳປູເຈຍ.
ຫົວຂໍ້: “ແກ້ໄຂບັນຫາການປ່ຽນແປງສະພາບດິນຟ້າອາກາດ” ຈຸດປະສົງການຝຶກອົບຮົມຄັ້ງນີ້ແມ່ນເພື່ອແນໃສໃຫ້ ວິທະຍາກອນ ເຂົ້າໃຈກ່ຽວກັບ:
  • ເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ແຜນງານການດຳເນີນ ວຽກງານ ລະຫວ່າງປະເທດກ່ຽວກັບສະພາບການປ່ຽນແປງດິນຟ້າອາກາດ.
  • ຮຽນຮູ້ວິທີການວິເຄາະ/ປ້ອງກັນ/ການບໍລິຫານຈັດການໄພອັນຕະລາຍກ່ຽວກັບການປ່ຽນແປງສະພາບດິນຟ້າອາກາດ ແລະ ພັດທະນາວິທີການແກ້ໄຂເພື່ອການບໍລິຫານຈັດການໄພອັນຕະລາຍ, ການປັບຕົວ ແລະ ການກຽມຄວາມພ້ອມ ຮັບມືກັບຜົນກະທົບໂດຍຜ່ານການສຶກສາໃນທ້ອງຖິ່ນ.
 
ການຝຶກອົບຮົມໄດ້ປະກອບຢູ່ໃນແຜນໂຄງສ້າງຂອງການນຳສະເໜີສະຫຼັບກັບການປະຕິບັດທີ່ໄດ້ຈັດຝຶກອົບຮົມກັນຢູູ່ພາຍໃນກຸ່ມນ້ອຍ. ຫົວຂໍ້ນຳສະເໜີເຊີ່ງປະກອບມີ: ການນຳສະເໜີກ່ຽວກັບສະພາບການປ່ຽນແປງດິນຟ້າອາກາດ, ແນວຄວາມຄິດ ການໃຊ້ຖ້ອຍຄຳ, ຕົວຢ່າງໃນເຂດທ້ອງຖີ່ນ ແລະ ການເຮັດກິດຈະກຳຮ່ວມກັນ; ແຜນວຽກຂອງ ສະຖາບັນຕ່າງ ປະເທດ ຂອງ ການປ່ຽນແປງສະພາບດິນຟ້າອາກາດ, ສິດທິມະນຸດ, ເຄື່ອງມືການສະກັດກັ້ນການປ່ຽນແປງສະພາບດິນຟ້າອາກາດ, ການປັບຕົວ, ກົນລະຍຸດການບໍລິຫານຄວາມສ່ຽງ, ເຄື່ອງມືວິທີການໃນການຈັດການ ການປ່ຽນແປງສະພາບດິນຟ້າອາກາດ. ຜົນໄດ້ຮັບຫລັງຈາກສຳເລັດຝຶກອົບຮົມແລ້ວບັນດາຜູ້ເຂົ້າຮ່ວມ ໄດ້ສະແດງຄວາມສົນໃຈ ຢ່າງຫລວງຫລາຍຜ່ານການຮຽນຮູ້ ແລະ ໃຫ້ຄຳເຫັນກ່ຽວກັບການປະຕິບັດກິດຈະກຳ ແລະ ການອະທິບາຍໃນກອງປະຊຸມຝຶກອົບຮົມແມ່ນມີປະໂຫຍດ ຢ່າງຫຼວງຫຼາຍ.
 

ພາຍຫຼັງປະຊຸມຄູ່ຮ່ວມຂອງໂຄງການ  REACT ສຳເລັດ, ຈາກນັ້ນກໍສຶບຕໍ່ປະຊຸມວຽກງານການ ປະສານງານຂອງ ໂຄງການ ໃຊ້ເວລາ 1 ວັນເຊີ່ງຈັດຂື້ນທີ່ ມະຫາວິທະຍາໄລ University Heng Samrin Thbongkhmon (UHST) ໃນກອງປະຊຸມຈະໄດ້ແຈ້ງຊ່ວງເວລາການເຮັດວຽກ ໂດຍເນັ້ນວຽກງານດ້ານການຄົ້ນຄວ້າວິໄຈ ແລະ ໜ່ວຍງານ ດ້ານການສຶກສາ ການປ່ຽນແປງສະພາບດິນຟ້າອາກາດ ແລະ ການຈັດຝຶກອົບຮົມທີ່ຈັດຂື້ນຢູ່ໃນປະເທດລາວ (ເດືອນພະຈິກ ປີ 2017) ແລະ ໃນປະຈຸບັນແມ່ນໃຫ້ຈັດຢູ່ປະເທດກຳປູເຈຍອີກຄັ້ງ ແລະ ການຈັດກອງປະຊຸມລະດັບສາກົນ ແມ່ນ ໃຫ້ຈັດຢູ່ພາຍໃນລະດູໃບໄມ້ປົ່ງທີ່ຈະມາເຖິງນີ້.

 

Files: 
AttachmentSize
PDF icon react_tot2_agenda_final2.pdf604.93 KB