​ການສຳມະນາກ່ຽວກັບພະລັງງານ​ແສງ​ອາທິດ ແລະ ພາວະການປ່ຽນແປງຂອງອາກາດ ທີ່ ໂຮຈີມິນ ​ໃນວັນ​ທີ 14 ກັນຍາ 2017

Home > News > ​ການສຳມະນາກ່ຽວກັບພະລັງງານ​ແສງ​ອາທິດ ແລະ ພາວະການປ່ຽນແປງຂອງອາກາດ ທີ່ ໂຮຈີມິນ ​ໃນວັນ​ທີ 14 ກັນຍາ 2017

ໃນວັນທີ 14 ກັນຍາ ປີ 2017. ຄູ່​ຮ່ວມ​ງານ REACT ຈາກມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດ ໂຮ ຈີ ມີນ ໄດ້ຈັດການສຳມະນາ ເລື່ອງ “ພະລັງງານ​ແສງ​ອາທິດ ແລະ ພາວະການປ່ຽນແປງຂອງອາກາດ” (Solar and Climate Change) ທີ່ສູນສຶກສາອາຊີຕາເວັນອອກສ່ຽງໃຕ້ ແລະ ຫວຽດນາມ.

ການສຳມະນາຄັ້ງນີ້ນຳສະເໜີໂດຍ ທ່ານ Prof.  Michiko Yoshii ຈາກມະຫາວິທະຍາໄລ ໂອກີນາວາ ປະເທດຍີ່ປຸ່ນ ແລະ ມີຜູ້ເຂົ້າຮ່ວມຈາກຕົວແທນສູນສຶກສາອາຊີຕາເວັນອອກສ່ຽງໃຕ້ ແລະ ຫວຽດນາມ, ກົມພະລັງງານ ແລະ ຊັບພະຍາກອນທຳມະຊາດ, ກົມຊັບພະຍາກອນນໍ້າ, ແຮ່ທາດ ແລະ ດີນຟ້າອາກາດ, ກົມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈາກ ແຂວງ Binh Doung, Dong Thap, ແລະ ນະຄອນໂຮຈີມີນ ລວມທັງ ອາຈານ ແລະ ນັກສຶກສາຈາກພາກວິຊາສຶກສາຊົນນະບົດຂອງມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດ.
ການນຳສະເໜີຂອງ ທ່ານ ສາດສະດາຈານ  Michiko Yoshii ​ໄດ້​ເນັ້ນໃຫ້ເຫັນເຖິງ 3 ອົງປະກອບຫຼັກຂອງ (three main axis) ລວມທັງການອະທິບາຍລາຍລະອຽດ​ເນື້ອ​ຫາໂມດຽວ“wireless Home, ການແນະນຳໂມດຽວທີ່ມີລັກສະນະຄ້າຍຄືືກັນໂມດຽວທີ່ໄດ້ປະຕິບັດຢູ່ຫວຽດນາມ ແລະ ຄວາມອາດສາມາດໃນການຂັນເຄື່ອນໂມດຽວນີ້ທີ່ປະເທດຫວຽດນາມ. ຕົວແທນຈາກພາກວິຊາຊັບພະຍາກອນທຳມະຊາດ ແລະ ພະລັງງານ ມີຄວາມສົນໃຈໃນໂມດຽວ“wireless Home” ແລະ ໄດ້ກ່າວວ່າການສ້າງລະບົບພະລັງງານ​ແສງ​ອາທິດ (a solar power system) ເປັນໜຶ່ງໃນແຜນນະໂຍບາຍແຫ່ງຊາດຂອງແຂວງ ແລະ ເມືອງ ໃນປີ 2020. ຢ່າງໃດກໍ່ຕາມ, ຜູ້ເຂົ້າຮ່ວມໄດ້ສະແດງຄວາມເປັນຮວ່ງໃນດ້ານງົບປະມານໃນການຄິດຕັ້ງລະບົບດັ່ງກ່າວ.
 
ການສຳມະນາໃນຄັ້ງນີ້ໄດ້ເປີດໂອກາດຜູ້ເຂົ້າຮ່ວມໄດ້ພິຈາລະນະນາ​ເຖິງວິທີໃນການສ້າງຄວາມເຊື້ອໜັ້ນດ້ານເຕັກໂນໂລຊີ ແລະ ວິສະວະກຳໄຟຟ້າ, ​ເຊິ​ງຍັງ​ປະສົບ​ບັນຫາ​ດ້ານ​ງົບປະມານທີ່ຈະໄດ້ສືບຕໍ່ໃນການພັດທະນາໃຫ້ຢຶນຢົງໄປຕາມຄວາມຕ້ອງການໃນອານາຄົດ.