ຄູ່ຮ່ວມງານ REACT ເຂົ້າຮ່ວມກອງປະຊຸມ Erasmus+Cluster ໃນກອງປະຊຸມຢູ່ຢາງກຸງ ໃນວັນທີ່ 29 ພະຈິກ, 2017

Home > News > ຄູ່ຮ່ວມງານ REACT ເຂົ້າຮ່ວມກອງປະຊຸມ Erasmus+Cluster ໃນກອງປະຊຸມຢູ່ຢາງກຸງ ໃນວັນທີ່ 29 ພະຈິກ, 2017
ຄູ່ຮ່ວມກັບ REACT ຈາກ ມະຫາວິທະຍາໄລແຫ່ງຕ່າງໆຢູ່ໃນລາວ ເປັນຕົ້ນແມ່ນ ມະຫາວິທະຍາໄລ ສຸພານຸວົງ, ສະຖາບັນການວິໄຈເສດຖະກິດແຫ່ງຊາດ(National Institute Economic Research) ແລະ ມະຫາວິທະຍາໄລ ສັງຄົມສາດ ແລະ ມະນຸດສາດ ແຫ່ງ ໂຮຈີ່ມິນ ຂອງປະເທດ ສ.ສ. ຫວຽດນາມ ເຂົ້າຮ່ວມ ກອງປະຊຸມ Cluster ໃນວັນທີ 29 ພະຈິກ ທີ່ນະຄອນຫລວງຢາງກຸງ ປະເທດມ້ຽນມາ. ໄດ້ຖືກຈັດຂື້ນໂດຍ ອົງການການສຶກສາ,  ການປະດິດສ້າງ ແລະ ວັດທະນະທຳ, ເຊິ່ງດຳເນີນໂຄງການດ້ານການສຶກສາ ຂອງ ສະຫະພາບຢູໂຮບ ໃນນາມຂອງຄະນະກຳມາທິການຢູໂຮບ, ແລະ ນຳສະຖາບັນການສຶກສາລະດັບການສຶກສາ ຊັ້ນສູງຈາກ ປະເທດ ພະມ່າ, ລາວ, ໄທ ແລະ ຫວຽດນາມ, ຜູ້ທີ່ກຳລັງເຂົ້າຮ່ວມໃນໂຄງການສ້າງຄວາມເຂັ້ມແຂງ ດ້ານການສຶກສາຊັ້ນສູງຂອງໂຄງການ   Erasmus+programme

 ວັດຖຸປະສົງຫຼັກຂອງການປະຊຸມທີ່ຈັດຂື້ນຢູ່ໂຮງແຮມ Rose Garden ຢູ່ນະຄອນຫຼວງຢາງກຸ້ງ ແມ່ນເພື່ອເປັນການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຄວາມແຕກຕ່າງຂອງໂຄງການຕ່າງໆ ແລະ ທັງເປັນການ ສະແຫວງຫາຄວາມຮ່ວມມືກັນ ແລະ ລະບຸເຖິງຄວາມທ້າທາຍ ແລະ ແນວທາງປະຕິບັດທີ່ດີທີ່ສຸດທີ່ກ່ຽວຂ້ອງ ກັບການເຂົ້າຮ່ວມໂຄງການ Erasmus+.  ໃນນັ້ນມີ 18 ໂຄງການຈາກ 4 ປະເທດ ເຊິ່ງໄດ້ຖືກເລືອກ ໃຫ້ນຳສະເໜີປະສົບການຂອງເຂົາເຈົ້າເອງ ເຊິ່ງໃນນັ້ນລວມມີອົງການ REACT ເຊິ່ງໄດ້ນຳສະເໜີໂດຍທ່ານ ສະຖາບັນດິດ ອິນສີສຽນໃໝ່ ຈາກສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ.


ໂດຍທົ່ວໄປແລ້ວ, ໂປດສະເຕີ, ການນຳສະເໜີ ແມ່ນອົງປະກອບຫຼັກຂອງໂຄງການຕ່າງໆ, ການລົງພາກ ປະຕິບັດຕົວຈີງ, ຜົນກະທົບ, ແລະ ຜົນປະໂຫຍດຕ່າງໆ ແມ່ນເພື່ອສະແດງໃຫ້ເຫັນສິ່ງອຳນວຍສະດວກດ້ານ ເຄື່ອຂ່າຍ.