ກອງປະຊຸມ Erasmus+ Cluster ແລະ ການກວດສອບໄດ້ຈັດຂື້ນຢູ່ປະເທດກຳປູເຈຍ ໃນວັນທີ 23-24 ພະຈິກ 2017

Home > News > ກອງປະຊຸມ Erasmus+ Cluster ແລະ ການກວດສອບໄດ້ຈັດຂື້ນຢູ່ປະເທດກຳປູເຈຍ ໃນວັນທີ 23-24 ພະຈິກ 2017
ອົງການບໍລິຫານການສຶກສາ, ການປະສານສຽງ ແລະ ວັດທະນະທຳ (EACEA) ຂອງ ຄະນະກຳມາ ທິການຍູໂຣບ, ເຊິ່ງເປັນຜູ້ບໍລິຫານໂຄງການດ້ານການສຶກສາຂອງສະຫະພາບຍູໂລບໃນນາມຂອງຄະນະກຳມາທິການ ຍູໂລບ, ໄດ້ຈັດຕັ້ງກອງປະຊຸມ Cluster ຮ່ວມກັບອົງການທັງໝົດຂອງ CHBE ເຊິ່ງກຳລັງດຳເນີນການ ຢູ່ປະເທດກຳປູເຈຍ ໃນວັນທີ 23 ພະຈິກ 2017  ຢູ່ນະຄອນຫຼວງພະນົມເປັນ; ເພື່ອເປັນການແລກປ່ຽນທາງ ດ້ານປະສົບການຂອງໂຄງການທີ່ດຳເນີນການຢູ່ ແລະ ລະບຸສັກກະຍະພາບການເຮັດວຽກຮ່ວມກັນລະຫວ່າງພວກເຂົາ. ຄູ່ຮ່ວມຂອງອົງການ REACT ຈາກ ມະຫາວິທະຍາໄລ ກະສິກຳແຫ່ງຊາດ ແລະ ມະຫາວິທະຍາໄລ Heng Samrin Thbongkhmum ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວພ້ອມທັງໄດ້ນຳສະເໜີຂອງອົງການ REACT ໂດຍຫຍໍ້.
 REACT Partners Kim Soben (RUA) and Pin Tara (UHST)
 
ໃນວັນທີ 24 ພະຈິກ ມື້ຖັດມາ, ຄູ່ຮ່ວມຂອງອົງການ REACT ໄດ້ເຂົ້າຮ່ວມທັດສະນະ ເຊິ່ງຈັດຢູ່ທີ່ ມະຫາວິທະຍາໄລ ກະສິກຳແຫ່ງຊາດ, ກ່ຽວກັບໂຄງການ CBHE ທັງໝົດ ເຊິ່ງແມ່ນ RUA ເປັນຄູ່ຮ່ວມ, ແລະ ວິທີການທີ່ RUA ມີຂັ້ນຕອນທາງການເງີນທີ່ກ່ຽວຂ້ອງກັບເລື່ອງນີ້.
            ຢູ່ໃນກອງປະຊຸມໃນຄັ້ງນີ້ ທ່ານຮອງອະທິການບໍດີ, ສາສະດາຈານ ດຣ. ແສງມົມ ໄດ້ກ່າວເຖິ່ງຂໍ້ເທັດຈີງ ທີ່ວ່າ ມະຫາວິທະຍາໄລ ມີແຜນຍຸດທະສາດ 10 ປີ ເພື່ອເປັນ ມະຫາວິທະຍາໄລ ຄົ້ນຄ້ວາວິໄຈ ໃນປະເທດກຳປູເຈຍ, ເຊິ່ງໄດ້ຮັບການສະໜັບສະໜູນຈາກນະໂຍບາຍການເງີນຂອງປະເທດ ເຊິ່ງຈະສີ້ນສຸດລົງໃນອານາຄົດອັນໃກ້ໆນີ້ ໂດຍ ມີສ່ວນຮ່ວມຈາກ ຄະນະສູນວິໄຈ ແລະ ໜ່ວຍງານພາຍໃຕ້ຮົ່ມຂອງ ມະຫາວິທະຍາໄລ. ຜູ້ຕາງໜ້າຈາກສະຫະພາບ ຍູໂລບ ມີຄວາມປິຕິຍີນດີໃນຄວາມຈີງທີ່ວ່າ ອົງການ RUA ໄດ້ເຮັດວຽກຢ່າງຫ້າວຫັນໃນການສ້າງຂີດ ຄວາມ ສາມາດຂອງສະຖາບັນ, ໂດຍສະເພາະຢ່າງຍີ່ງແມ່ນທາງດ້ານການກະເສດ. ທັງ RUA ແລະ ສະຫະພາບຢູໂລບ ໄດ້ຕົກລົງເຫັນດີທີ່່ຈະນຳເອົາຊັບພະຍາກອນມະນຸດເຂົ້າຮ່ວມກັນ ໃນໂຄງການ CBHE. ຄວາມຄາດຫວັງ ຂອງ ສະຫະພາບຢູໂລບ ຄືການຊ່ວຍສ້າງຂີດຄວາມສາມາດ  ເພື່ອຕອບສະໜອງຄວາມຕ້ອງການຂອງປະເທດ ໃນດ້ານ ການສຶກສາຊັ້ນສູງ.