ປະເທດຫວຽດນາມຄູ່ຮ່ວມງານຂອງອົງການ REACT ໄດ້ເຂົ້າຮ່ວມໃນກອງປະຊຸມ Erasmus+Cluster ຢູ່ທີ່ໂຮ່ຈີ່ມີນ; ໃນວັນທີ 25 ພຶດສະພາ 2017.

Home > News > ປະເທດຫວຽດນາມຄູ່ຮ່ວມງານຂອງອົງການ REACT ໄດ້ເຂົ້າຮ່ວມໃນກອງປະຊຸມ Erasmus+Cluster ຢູ່ທີ່ໂຮ່ຈີ່ມີນ; ໃນວັນທີ 25 ພຶດສະພາ 2017.
ຄູ່ຮ່ວມຂອງອົງການ REACT ຈາກ ມະຫາວິທະຍາໄລ ກະສິກໍາ ແລະ ປ່າໄມ້ Hue ແລະ ມະຫາວິທະຍາໄລ ສັງຄົມສາດ ແລະ ມະນຸດສາດ ໂຮ່ຈີ່ມີນ ໄດ້ເຂົ້າຮ່ວມກອງປະຊຸມ Cluster ທີ່ຜ່ານມາ. ເຊິ່ງໄດ້ຖືກຈັດໂດຍອົງການການສຶກສາ, ການປະດິດສ້າງ ແລະ ວັດທະນະທໍາ, ເຊິ່ງການຄຸ້ມຄອງ ການສຶກສາທີ່ແຕກຕ່າງກັນໃນແງ່ຂອງຄະນະກໍາມະການເອີຣົບ, ແລະ ໄດ້ນຳເອົາຄູ່ຮ່ວມຂອງສະຖາບັນ ການສຶກສາຊັ້ນສູງຂອງຫວຽດນາມເຂົ້ານຳກັນ. ເຊິ່ງເປັນຜູ້ທີ່ຫາກໍເຂົ້າຮ່ວມໂຄງການ ສ້າງຄວາມເຂັ້ມແຂງ ຂອງ ການສຶກສາຊັ້ນສູງຂອງໂຄງການ Erasmus+.​

  ຈຸດປະສົງຕົ້ນຕໍຂອງກອງປະຊຸມທີ່ໄດ້ຈັດຂຶ້ນໃນໂຮງແຮມ Novotel Saigon ໃນ ນະຄອນຫຼວງໂຮ່ຈິມິນ ປະເທດຫວຽດນາມ, ແມ່ນເພື່ອຊອກຫາຜົນທີ່ຈະເກີດຈາກການຮ່ວມມືກັນ ຫຼື ການປະສານງານກັນທີ່ຈະມີປະສິດທິພາບ ຫຼື ໄດ້ຜົນຫຼາຍກວ່າການແຍກກັນ ແລະ ກໍານົດສິ່ງທ້າທາຍ ທີ່ແຕກຕ່າງກັນ ແລະ ການປະຕິບັດທີ່ດີທີ່ສຸດກ່ຽວຂ້ອງກັບການເຂົ້າຮ່ວມໃນ ໂຄງການ Erasmus. ຫົວຂໍ້ດັ່ງຕໍ່ໄປນີ້ໄດ້ຮັບການແກ້ໄຂເປັນຕົ້ນວ່າ: ຄວາມຕ້ອງການໃນການຮ່ວມມືລະຫວ່າງປະເທດ, ການນໍາໃຊ້ໃນການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງບັນດາໂຄງການພາຍໃຕ້ໂຄງ
 

   ໂປດເຕີນໍາສະເຫນີຈຸດປະສົງຕົ້ນຕໍຂອງໂຄງການ, ພາກສະຫນາມ, ຜົນກະທົບ ແລະ ຜົນປະໂຫຍດຂອງພວກມັນໄດ້ຖືກສະແດງໃຫ້ເຫັນໃນການສ້າງເຄືອຂ່າຍ.

         ມີຜູ້ເຂົ້າຮ່ວມຫຼາຍກວ່າ 60 ຄົນ, ຜູ້ຕາງຫນ້າຂອງ 25 ໂຄງການດຳເນີນການ ຢູ່ໃນ ປະເທດຫວຽດນາມ, ໄດ້ເຂົ້າຮ່ວມກອງປະຊຸມ. ຜູ້ເຂົ້າຮ່ວມມາຈາກບັນດາມະຫາວິທະຍາໄລ ໃນຂົງເຂດ ຕ່າງໆ ຂອງຫວຽດນາມ ເຊັ່ນ: ຮ່າໂນຍ Hanoi, ດານັ່ງ Da Nang, ກວຍຮ່ອນ Quy Nhon, ໂຮ່ຈີ່ມິນ Ho Chi Minh, ຈານຕຸງ Can Tho, ແອັງກຽງ An Giang…