ທັດສະນະສຶກສາ ຂອງຄູ່ຮ່ວມງານ REACT ທີ່ Freibourg ວັນທີ 30-31 ມີນາ 2017

Home > News > ທັດສະນະສຶກສາ ຂອງຄູ່ຮ່ວມງານ REACT ທີ່ Freibourg ວັນທີ 30-31 ມີນາ 2017

​ໃນ​ວັນ​ທີ 30 ມີນາ 2017 ຄູ່​ຮ່ວມ​ງານ​ REACT  8 ພາກ​ສ່ວນ ​ໄດ້​ເດີນທາງ​ໄປ​ມະຫາ​ວິທະຍາ​ໄລ Albert-Ludwigs ທີ່​ປະ​ເທດ​ເຢຍລະ​ມັນ ​ເພື່ອ​ທັດສະນະ​ສຶກສາ ທີ່​ຈັດ​​ໂດຍ​ສະ​ຖາ​ບັນ​ເສດຖະກິດ​ປ່າ​ໄມ້ ​ແລະ ​ແຜນການ​ປ່າ​ໄມ້ ຂອງ ALU

    

ຕະຫຼອດ​​​ການ​ຢ້ຽມຢາມ ​ເຫັນ​ວ່າ ພາກສ່ວນ REACT ​ໄດ້​ມີ​ການປຶ​ກສາ​ຫາລືປະ​ເດັນ​ຕ່າງໆຮ່ວມ​ພະນັກງານ​ວິຊາ​ການ ​ແລະ ການ​ບໍລິຫານ​ຂອງ ALU ​ເຊັນ ​ທຶນ​ການ​ສຶກສາ​ສາກົນ, ການ​ຄົ້ນ​ຄ້ວາ​ວິ​ໄຈ​ໃນຫຼາຍສາຂາ​ວິຊາ​ຕ່າງໆ ​ແລະ ​ໂຄງການ​ຍົກ​ສູງ​ຄຸນ​ນະພາບ​ຂອງ​ເອີ​ລົບ ​ເຊັນ ການ​ບໍລິການອົງ​ກອນ ​ແລະ ການ​ຈັດການ​ດ້ານ​ການ​ຄົ້ນ​ຄ້ວາ​ໃນ​ມະຫາວິທະຍາ​ໄລ, ລວມທັງ​ການສະໜັບສະໜູນນັກ​ຄົ້ນ​ຄ້ວາ​ວິ​ໄຈ ທີ່​ຈະ​ຕ້ອງ​ໄດ່ຮັບ​ງົບປະ​ມານ​ໃນ​ບົດ​ຄົ້ນ​ຄ້ວາ​ວິ​ໄຈ. ດ້ວຍ​ຄວາມ​ສຳຄັນ​ໃນລາກຫຼາຍສາຂາ​ວິຊາ​ໄດ້​​ເຮັດ​ໃຫ້​ຄູ່ຮ່ວມ​ງານ​ຕ່າງໆ​ເຫັນ​​ເຖີງຕົບ​ແບບ​ທີ່​ດີ​ຂອງ​ນັກ​ຄົ້ນ​ຄ້ວາ​ວິ​ໄຈ​ຈາກຫຼາຍສາຂາຕ່າງໆ ​ແລະ ​ເຮັດ​ວຽກຮ່ວມ​ກັນ​ໃນ​ຂົງ​ເຂດ​ການ​ປ່ຽນ​ແປງ​ຂອງ​ອາກາດ.