ຮ່ວມງານ REACT ໄດ້ເຂົ້າຮ່ວມທັດສະນະສຶກສາ ທີ່ມະຫາວິທະຍາໄລ ຄົ້ນຄ້ວາວິໄຈປາຣີ ເພື່ອຮັບມືກັບຜົນກະທົບດ້ານພາວະການປ່ຽນແປງຂອງອາກາດ ໃນລະຫວ່າງວັນທີ 30-31 ມີນາ 2017

Home > News > ຮ່ວມງານ REACT ໄດ້ເຂົ້າຮ່ວມທັດສະນະສຶກສາ ທີ່ມະຫາວິທະຍາໄລ ຄົ້ນຄ້ວາວິໄຈປາຣີ ເພື່ອຮັບມືກັບຜົນກະທົບດ້ານພາວະການປ່ຽນແປງຂອງອາກາດ ໃນລະຫວ່າງວັນທີ 30-31 ມີນາ 2017

​​​ຄູ່ຮ່ວມໂຄງການ REACT ໄດ້ເດີນທາງທັດສະນະສຶກສາທີ່ ສະຖາບັນ Euro-Mediteraeen en Science du Risque (IEMSR) ເພື່ອຮັບມືກັບຜົນກະທົບດ້ານພາວະການປ່ຽນແປງຂອງອາກາດ ທີ່ຈັດຂື້ນໃນວັນທີ 30 ແລະ 31 ມີນາ 2017 ທີ່ UNESCO

    

ຄູ່ຮ່ວມງານ REACT ພວກເຮົາໄດ້ມີໂອກາດເຂົ້າຮ່ວມເພື່ອປຶກສາຫາລືປະເດີນບັນຫາທີ່ໜ້າສົນໃຈກ່ຽວກັບພາວະການປ່ຽນແປງຂອງອາກາດຮ່ວມກັບຜູ້ປະສານງານ IEMSR, ຄະນະກຳມະທິການດ້ານການສຶກສາອະຊີວະສຶກສາ, ມະຫາວິທະຍາໄລ Versaille Saint Quent, ສະຖາບັນນິເວດວິທະຍາ ແລະ ສິ່ງແວດລ້ອມປາຣີ, ສູນຄົ້ນຄ້ວາວິໄຈສາກົນ, ຄວາມຢືນຢົງ ​​ລວມທັງ ຊ່ຽນຊານຈາກອົງການ UNESCO ກ່ຽວກັບກິດຈະກຳດ້ານການປ່ຽນແປງຂອງພາວະອາກາດ ຮ່ວມກັບພະນັກງານ IEMSR ກ່ຽວກັບການຄົ້ນຄ້ວາວິໄຈໃນຫຼາຍສາຂາວິຊາທີ່ກ່ຽວຂ້ອງກັບພາວະການປ່ຽນແປງຂອງອາກາດ.